ຖ້າທ່ານບໍ່ສາມາດເຫັນພາສາລາວ ຫລື ຖ້າທ່ານເຫັນຕົວອັກສອນທີ່ພິດ, ຈົ່ງແນ່ໃຈວ່າໃນຄອມພີວເຕີ້ຂອງທ່ານໄດ້ຕັ້ງຟັອນ Saysettha OT. ທ່ານສາມາດດາວໂຫລດຟັອນດັ່ງກ່າວໄດ້ທີ່ນີ້.
ບໍ່ໃຫ້ສະແດງຄຳເຕຶ່ອນນີ້ອີກ

ຄົ້ນຫາຫ້ອງສະມຸດສຳລັບ...

ປະຕິບັດຕາມລຳດັບຂັ້ນລຸ່ມ...

ເມື່ອໄວໆນີ້ມີການເພີ້ມຫ້ອງສະມຸດ

ສົ່ງເອກະສານ

ເອກກະສານທັງໜົດມະຫາຊົນນິຍົມ

ເຕີມຊື່ຂອງທ່ານ ແລະ ທີ່ຢູ່ທາງອີເມວຂ້າງລຸ່ມນີ້ ເພື່ອຈັບຈອງວາລະສານຂອງພວກເຮົາ ແລະ ຮັບຂໍ້ມູນຫລ້າສຸດດ້ານການເງິນຈຸນລະພາກໃນ ສປປ ລາວ ທາງອີເມວໃນແຕ່ລະໄລຍະ:

ຊື່ຂອງທ່ານ:

Email:

ຂໍ້ມູນກ່ຽວກັບໂຄງການເສີມສ້າງຄວາມອາດສາມາດໃນການຄົ້ນຄວ້າດ້ານການເງິນຈຸນລະພາກ (MCBR)

ໂຄງການເສີມສ້າງຄວາມອາດສາມາດໃນການຄົ້ນຄວ້າດ້ານການເງິນຈຸນລະພາກ (MCBR), ໂຄງການ 4 ປີ ເລີ່ມແຕ່ 2003 ເຖິງ 2007, ແມ່ນໄດ້ຮັບການ ສ້າງຕັ້ງຂຶ້ນໂດຍໄດ້ຮັບການຮ່ວມມືຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສ) ທີ່ຂຶ້ນກັບຄະນະກຳມະການແຜນການ ແລະ ການລົງທຶນ (ຄຜທ).

ຈຸດປະສົງຂອງໂຄງການແມ່ນເພື່ອໃຫ້ການຊ່ວຍເຫລືອລັດຖະບານ ສປປ ລາວ ໃນການພັດທະນາ ແລະ ສົ່ງເສີມໂຄງສ້າງນະໂຍບາຍການເງິນຈຸນລະພາກ ສຳລັບຜູ້ທີ່ທຸກຍາກ. ໂຄງການຈະບັນລຸຈຸດປະສົງດັ່ງກ່າວໂດຍຜ່ານບັນດາຜົນໄດ້ຮັບດັ່ງລຸ່ມນີ້:

  • ຫນ່ວຍງານການເງິນຈຸນລະພາກທີ່ມີປະສິດທິຜົນ ເປັນທີ່ຍອມຮັບໄດ້ຖືກສ້າງຕັ້ງຂຶ້ນຢູ່ພາຍໃນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສ).
  • ບົດຮຽນທີ່ຖອດຖອນໄດ້ຈາກການຄົ້ນຄວ້າຕົວຈິງ ຮ່ວມກັບຜູ້ປະຕິບັດຕົວຈິງທີ່ຫລາກຫລາຍຢູ່ຂັ້ນຮາກຖານໄດ້ຖືກສ້າງເປັນເອກະສານ ແລະ ນຳ ເຜີຍແຜ່..
  • ບັນດາຂໍ້ແນະນຳຕ່າງໆໄດ້ຖືກສ້າງຂຶ້ນເພື່ອສະຫນັບສະຫນູນການພັດທະນາໂຄງສ້າງນະໂຍບາຍການເງິນຈຸນລະພາກ ສຳລັບຜູ້ທີ່ທຸກຍາກ ແລະ ລະບຽບການການເງິນຈຸນລະພາກສຳລັບຜູ້ທີ່ທຸກຍາກໄດ້ຖືກຮັບຮອງເອົາ.
  • ຂີດຄວາມສາມາດຂອງຫນ່ວຍງານການເງິນຈຸນລະພາກຂອງທະນາຄານແຫ່ງ ສປປ ລາວ ໄດ້ຮັບການຍົກລະດັຍເພີ່ມຂຶ້ນ.
  • ທົບທວນຄືນຜົນກະທົບຂອງກົດລະບຽບການເງິນຈຸນລະພາກກ່ຽວກັບການເຂົ້າເຖິງການບໍລິການການເງິນຈຸນລະພາກ, ຜົນກະທົບຂອງມັນຕໍ່ກັບ ຜູ້ທີ່ໃຫ້ການບໍລິການຕາມແນວທາງຂອງການປ່ຽນແປງເພື່ອໃຫ້ລົງລອຍກັບລະບຽບການນັ້ນ ແລະ ບັນດາຂໍ້ຫຍຸ້ງຍາກຕ່າງໆສຳລັບການພັດທະ ນາຄະນະກຳມະການການເງິນຈຸນລະພາກ.

  ແຕ່ລະກິດຈະກຳໄດ້ຖືກອອກແບບຂຶ້ນ ແລະ ກຳລັງຈັດຕັ້ງປະຕິບັດເພື່ອຮັບປະກັນຜົນສຳເລັດຂອງຜົນໄດ້ຮັບຂ້າງເທີງເຫລົ່ານີ້; ແລະ ເພື່ອບັນລຸຈຸດປະສົງຂອງ

  ໂຄງການ

ອົງການຄອນເຊີນ

ທັດສະນະຂອງອົງການຊອນເຊີນໃນ ສປປ ລາວ ແມ່ນເພື່ອຕອບສະຫນອງຄວາມຕ້ອງການໂດຍ ພື້ນຖານຂອງປະຊາຊົນ ແລະ ຮັບປະກັນໃຫ້ທຸໆຄົນສາມາດເຂົ້າເຖິງແຫລ່ງຊັບພະຍາກອນ ແລະ ໄດ້ຮັບໂອກາດທີ່ຈຳເປັນ ເພື່ອກ້າວໄປສູ່ການດຳລົງຊີວິດທີ່ມີຄວາມສີວິໄລ, ສະຫງົບສຸກ ແລະ ມີສຸ ຂະອານາໄມທີ່ດີ.

 

ທັດສະນະຂອງອົງການຄອນເຊີນ ແມ່ນເພື່ອປັບປຸງຊີວິດການເປັນຢູ່ຂອງຜູ້ທີ່ທຸກຍາກທີ່ສຸດ ແລະ ດອຍໂອກາດ ໂດຍຮັບປະກັນການຕອບສະຫນອງຄວາມຕ້ອງການໂດຍພື້ນຖານຂອງເຂົາເຈົ້າໃນ ຮູບແບບ ທີ່ຍືນຍົງ. ເພື່ອບັນລຸຈຸດປະສົງດັ່ງກ່າວ ຈະຕ້ອງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນກໍ່ ຄືໂຕບຸກຄົນເອງ ໃຫ້ສາມາດເຂົ້າເຖິງ ແລະ ສາມາດນຳໃຊ້ຊັບພະຍາກອນຕ່າງໆທີ່ມີ ແລະ ສ້າງ ຄວາມອາດສາມາດໃຫ້ແກ່ພາກລັດຖະບານ, ອົງການຈັດຕັ້ງຕ່າງໆໃນສັງຄົມ ໃຫ້ສາມາດຕອບສະ ຫນອງໄດ້ຕາມຄວາມຕ້ອງການຂອງປະຊາຊົນ. ນອກຈາກນັ້ນ, ອົງການຄອນເຊີນຍັງສົ່ງເສີມການມີ ສ່ວນຮ່ວມຂອງປະຊາຊົນໃນຂະບວນການຕັດສິນທາງດ້ານນະໂຍ ບາຍ ທີ່ສົ່ງຜົນກະທົບເຖິງ ສິດ ແລະ ຜົນປະໂຫຍດຂອງຜູ້ທີ່ທຸກຍາກ.

 

ຈຸດປະສົງຂອງພວກເຮົາແມ່ນເພື່ອຫລຸດຜ່ອນຄວາມທຸກຍາກ. ເພື່ອບັນລຸຈຸດປະສົງດັ່ງກ່າວ ອົງການຄອນເຊີນຈະຕ້ອງປະຕິບັດຕາມເງື່ອນໄຂດັ່ງລຸ່ມນີ້:

  • ການພັດທະນາເປັນວຽກງານໄລຍະຍາວ 
  • ການມີສ່ວນຮ່ວມຫລາຍເທົ່າໃດ ການຈັດຕັ້ງປະຕິບັດວຽກງານຍິ່ງມີປະສິດທິພາບ
  • ຕ້ອງຄຳນຶງເຖິງສະພາບແວດລ້ອມ
  • ຄວາມເທົ່າທຽມສະເຫມີພາບເປັນບູລິມະສິດສຳລັບການພັດທະນາ  
  • ລັດຖະບານເປັນພາກສ່ວນຮັບຜິດຊອບຕົ້ນຕໍໃນວຽກງານການຫລຸດຜ່ອນຄວາມທຸກຈົນ

 

ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມ ສາມາດຢ້ຽມຍາມເວັບໄຊພວກເຮົາໄດ້ທີ່: http://www.concern.net/, ໂທ: +856 21 213 578                         ຫລື email ທີ່: laos.info@concern.net

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສ).

ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສ) ເປັນສະຖາບັນຫນຶ່ງຂອງລັດຖະ ບານທີ່ຂຶ້ນກັບຄະນະກຳມະການແຜນການ ແລະ ການລົງທຶນ (ຄຜທ) ແລະ ໄດ້ ຖືກ ສ້າງຕັ້ງຂຶ້ນໃນປີ 1997.

ສຄສ ມີຫນ້າທີ່ຮັບຜິດຊອບວຽກງານໃຫ້ແກ່ ຄຜທ ດັ່ງນີ້:

  • ມີຫນ້າທີ່ຮັບຜິດຊອບວຽກງານການຄົ້ນຄວ້າເສດຖະກິດດ້ານມະຫາພາກ ແລະ ຈຸນລະພາກ ໃຫ້ແກ່ຍຸດທະສາດການພັດທະນາເສດຖະກິດ-ສັງ ຄົມໃນໄລຍະຍາວ.
  • ຄົ້ນຄວ້າ, ພັດທະນານະໂຍບາຍ ແລະ ກົນໄກການຄຸ້ມຄອງບໍລິຫານ.
  • ສະຫນອງຂໍ້ມູນທາງເສດຖະກິດ.
  • ຈັດຝຶກອົບຮົມໃຫ້ແກ່ພະນັກງານແຜນການ ແລະ ສະຖິຕິທຸກລະດັບ ໃນດ້ານການຄຸ້ມຄອງເສດຖະກິດ.
  • ຮ່ວມມືກັບສະຖາບັນຄົ້ນຄ້ວາຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

ຕ້ອງການຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ໄດ້ເບີ +856 21 711 180 ຫລື ຢູ່ທີ່ ກິໂລແມັດ 7 ຖະຫນົນໄກສອນ, ບ້ານສີວິໄລ, ເມືອງໄຊທານີ ນະຄອນຫລວງວຽງຈັນ.

ອອກແບບໂດຍ Sabai-dee.com

ກ່ຽວກັບ MCBR | ໃຫ້ເງິນຊ່ວຍເຫືຼອ (ເນື້ອໃນການຕົກລົງ ສຳລັບໃນເວັບໄຊ) | ບອກເພື່ອນ | ລົງທະບຽບ