|
ຍິນດີຕ້ອນຮັບເຂົ້າສູ່ຖານຂໍ້ມູນການເງິນຈຸນລະພາກທາງອອນລາຍໃນ ສປປ ລາວ ໃນເວບໄຊນີ້ໄດ້ສະຫນອງຂໍ້ມູນຂອງຂະແໜງການເງິນຈຸລະພາກໃນ ສປປ ລາວ ລວມທັງສື ໂຄສະນາ ທີ່ກ່ຽວຂ້ອງ, ປະຫວັດ ແລະ ເຄື່ອຂ່າຍພົວພັນຂອງຜູ້ຈັດຕັ້ງປະຕິບັດຕົວຈິງ, ຂໍ້ມູນກ່ຽວກັບ ສະພາບແວດລ້ອມທາງດ້ານນະໂຍບາຍ ແລະ ຂໍ້ກຳນົດກົດລະບຽບ, ແລະ ສະຫຼຸບໂດຍຫຍໍ້ທົ່ວໄປຂອງແຕ່ລະຂະແໜງ.
ເວບໄຊແມ່ນຖືກອອກແບບເພື່ອເປັນແຫລ່ງຂໍ້ມູນທີ່ສຳຄັນໃຫ້ແກ່ຜູ້ຈັດຕັ້ງປະຕິບັດຕົວຈິງ, ພາກສ່ວນທີ່ກ່ຽວຂ້ອງ ໃນ ສປປ ລາວ ແລະ ຜູ້ທີ່ມີຄວາມສົນໃຈດ້ານການເງິນຈຸນລະພາກ. ນອກຈາກນັ້ນ, ເວັບໄຊຍັງມີຈຸດປະສົງໃນການສະຫນອງແຫ່ງຂໍ້ມູນຂອງຄູ່ຮ່ວມງານໃຫ້ແກ່ຜູ້ທີ່ໃຫ້ທຶນຕ່າງໆ, ນັກລົງທຶນ ແລະ ສະຖາບັນການເງິນຈຸນລະພາກອື່ນໆ.. ຂໍ້ມູນຂ່າວສານຕ່າງໆໃນເວັບໄຊແມ່ນຈະມີການປັບປຸງໃຫ້ທັນສະໄຫນ ແລະ ທັນກັບເຫດການປະຈຸບັນ ໂດຍພະນັກງານຂອງໂຄງການເສີມສ້າງຄວາມອາດສາມາດໃນການຄົ້ນຄວ້າດ້ານການເງິນຈຸນລະພາກ (MCBR). ໂຄງການເສີມສ້າງຄວາມອາດສາມາດໃນການຄົ້ນຄວ້າດ້ານການເງິນຈຸນລະພາກແມ່ນມີໄລຍະອາຍຸການ 4 ປີ ຊຶ່ງໄດ້ມີການຮ່ວມມືກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສ), ຄະນະກຳມະການແຜນການ ແລະ ການລົງທຶນ (ຄຜທ) ໃນ ສປປ ລາວ. ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການເສີມສ້າງຄວາມສາມາດໃນການຄົ້ນຄວ້າດ້ານການເງິນຈຸນລະພາກ.
|