|
ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສ) ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊຶ່ງຂຽນຂຶ້ນເປັນຕົວຫຍໍ້ວ່າ "ສຄສ" ແມ່ນການຈັດຕັ້ງຫນຶ່ງທີ່ສັງກັດຢູ່ໃນໂຄງປະກອບການຈັດຕັ້ງຂອງຄະນະກຳມະການແຜນການ ແລະ ການລົງທຶນ. ສຄສ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1997. ສຄສ ມີພາລະບົດບາດເປັນເສນາທິການໃຫ້ແກ່ປະທານຄະນະກຳມະການແຜນການ ແລະ ການລົງທຶນ. ໃນການຄົ້ນຄວ້າເສດຖະກິດມະຫາພາກ, ຄົ້ນຄວ້າຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຍາວຂອງເຂດແຄວັນ ແລະ ຂອງປະເທດ, ຄົ້ນຄວ້າການພັດທະນາເສກຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງປະເທດ, ຂອງພາກພຶ້ນ ແລະ ຂອງໂລກ, ຄົ້ນຄວ້ານະໂຍບາຍ ແລະ ກົນໄກການພັດທະນາ, ບໍລິການດ້ານຂໍ້ມູນຂ່າວສານທາງດ້ານເສດຖະກິດ, ຈັດຕັ້ງການຝຶກອົບຮົມຍົກລະດັບຄວາມຮູ້ໃນການຄຸ້ມຄອງເສດຖະກິດໃຫ້ແກ່ພະນັກງານແຜນການ, ສະຖິຕິແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ຮ່ວມມືກັບບັນດາສະຖາບັນຄົ້ນຄວ້າເສດຖະກິດພາຍໃນ ແລະ ຕ່າງປະເທດ. ສິ່ງພີມຕ່າງໆ ຫນ້າທີ່ຫລັກອັນຫນຶ່ງຂອງສະຖາບັນແມ່ນສ້າງສິ່ງພີມຕ່າງໆ ແລະ ເຜີຍແຜ່ບໍລິການຂໍ້ມູນຂ່າວສານດ້ານເສດຖະກິດ-ສັງຄົມ ໃຫ້ແກ່ຫນ່ວຍງານຂອງລັດ, ເອກະຊົນ, ອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ. ສິ່ງພີມຕ່າງໆປະກອບມີ: ວາລະສານເສດຖະກິດຂອງ ສຄສ - ເປັນວາລະສານທີ່ທົບທວນຄືນເອົາຫົວຂໍ້ຄົ້ນຄວ້າທາງດ້ານເສດຖະກິດ ແລະ ການພັດທະນາໄລຍະຜ່ານມາ. ວາລະສານດັ່ງກ່າວສ້າງຂຶ້ນປີຫນຶ່ງສອງເທື່ອ, ເຊິ່ງສະບັບທຳອິດແມ່ນສ້າງຂຶ້ນໃນປີ 2001. ວາລະສານດັ່ງກ່າວລວມທັງບົດຄົ້ນຄວ້າຈາກນັກຄົ້ນຄວ້າຂອງສະຖາບັນ ແລະ ຜົນໄດ້ຮັບຈາກການດຳເນີນງານຂອງໂຄງການໃນ ສຄສ. ວາລະສານຂ່າວການເງິນຈຸນລະພາກ - ໄດ້ຖືກສ້າງຕັ້ງຂຶ້ນປີຫນຶ່ງສອງຄັ້ງ ໂດຍໂຄງການເສີມສ້າງຄວາມອາດສາມາດໃນການຄົ້ນຄວ້າດ້ານການເງິນຈຸນລະພາກ (ສຄງຈ) ເຊິ່ງເປັນໂຄງການທີ່ຮ່ວມຈັດຕັ້ງປະຕິບັດໂດຍພະແນກຄົ້ນຄວ້າດ້ານການພັດທະນາ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ແລະ ອົງການຄອນເຊີນເວີນວ໌າຍ. ວາລະສານດັ່ງກ່າວຈະສະຫນອງຂໍ້ມູນຂ່າວສານທາງດ້ານການເງິນຈຸນລະພາກໃຫ້ກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ. ທິດສະດີທາງດ້ານເສດຖະກິດ, ການປ່ຽນແປງໃຫມ່ ແລະ ບັນດາທາງເລືອກຕ່າງໆ - ຈຸດປະສົງຂອງເອກະສານດັ່ງກ່າວກໍ່ແມ່ນເພື່ອສະຫນອງຂໍ້ອ້າງອີງທາງດ້ານເສດຖະສາດທົ່ວໄປໃຫ້ແກ່ນັກສຶກສາລາວ, ຜູ້ວາງນະໂຍບາຍ ແລະ ມະຫາຊົນທົ່ວໄປ. ເນື້ອໃນແມ່ນລວມເອົາບັນດາຫົວຂໍ້ຕ່າງໆ, ລວມທັງທິດສະດີທາງດ້ານເສດຖະກິດ ແລະ ການຫມູນໃຊ້ທິດສະດີຫລາຍໆຢ່າງໃນກໍລະນີຂອງ ສປປ ລາວ, ເສດຖະສາດຂອງການປ່ຽນແປງໃຫມ່ ແລະ ບັນດາທາງເລືອກສະເພາະຂອງຄວາມຍຶນຍົງທາງດ້ານເສດຖະກິດຂອງ ສປປ ລາວ. ຫລັກສູດການຝຶກອົບຮົມສຳລັບພະນັກງານແຜນການເມືອງ - ຫລັກສູດດັ່ງກ່າວແມ່ນສ້າງມາເພື່ອພັດທະນາບັນດາພະນັກງານແຜນການເມືອງໃນທົ່ວປະເທດ. ຫລັກສູດດັ່ງກ່າວມີຫລາຍວິຊາທີ່ແຕກຕ່າງກັນລວມທັງ ວິຊາສະຖິຕິ, ເລກເສດຖະສາດ, ປະຊາກອນ, ເສດຖະສາດເພື່ອການພັດທະນາ, ການກຳນົດແຜນການ, ການວິໄຈໂຄງການ ແລະ ການຄຸ້ມຄອງ ແລະ ການສ້າງຕັ້ງກອງທຶນພັດທະນາບ້ານ. ສຄສ ເຮັດຫຍັງແດ່? ມີກິດຈະກຳຈຳນວນຫນຶ່ງຂອງ ສຄສ ທີ່ເຮັດສຳເລັດໄປແລ້ວ ແລະ ກຳລັງດຳເນີນງານຢູ່ປະກອບມີຄື: ວຽກທີ່ຮັບມອບຫມາຍຈາກລັດຖະບານ: ສ້າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ປີ 2020 ສ້າງຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄຫນ ໃນປີ 2020 ສ້າງແຜນແມ່ບົດການພັດທະນາ 9 ແຂວງພາກເຫນືອ ໄດ້ສຳເລັດໂຄງການຮ່ວມມືລາວ-ຍີ່ປຸ່ນ ທາງດ້ານການສົ່ງເສີມນະໂຍບາຍເສດຖະກິດມະຫາພາກສຳລັບການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ ຄົ້ນຄວ້າສ້າງແຜນພັດທະນາ 5 ປີ ຄັ້ງທີ VI (2006-2010) ສ້າງບົດລາຍງານເສດຖະກິດມະຫາພາກປະຈຳເດືອນ ໄດ້ກະກຽມເອກະສານ "30 ປີ ຂອງການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ" ຈັດພີມວາລະສານເສດຖະກິດຂອງ ສຄສ ປີລະສອງຄັ້ງ ພັດທະນາຫລັກສູດການຝຶກອົບຮົມສຳລັບພະນັກງານແຜນການຂັ້ນເມືອງ
ການຄົ້ນຄວ້າທີ່ໄດ້ສຳເລັດ: - ຄວາມບໍ່ສົມດຸນຂອງເສດຖະກີດມະຫາພາກໃນ ສປປ ລາວ
- ການປະເມີນຜົນຂະບວນການກະຈາຍອຳນາດລົງສູ່ທ້ອງຖິ່ນໃນ ສປປ ລາວ
- ສາເຫດ, ຜົນກະທົບ ແລະ ການແກ້ໄຂບັນຫາທີ່ເປັນໄປໄດ້ກ່ຽວກັບການນຳໃຊ້ເງິນໂດລາໃນ ສປປ ລາວ
- ລະບົບການດຳລົງຊີວິດໃນເຂດຊົນນະບົດ ແລະ ນະໂຍບາຍໃນການປັບປຸງ
- ສະຖິຕິການເງິນຈຸນລະພາກ ແລະ ການເງິນຊົນນະບົດໃນ ສປປ ລາວ
- ການເງິນຈຸນລະພາກ ແລະ ການຫລຸດຜ່ອນຄວາມທຸກຍາກ: ທາງເລືອກສຳລັບຍຸດທະສາດການພັດທະນາ
- ຜົນກະທົບຂອງການເຂົ້າກຸ່ມ AFTA ຕໍ່ເສດຖະກິດຂອງລາວ
- ບົດບາດ ແລະ ໂຄງສ້າງຂອງການຄ້າຊາຍແດນໃນ ສປປ ລາວ
- ການປັບປຸງລາຍໄດ້ຂອງຄອບຄົວຊາວກະສິກອນໃນ ສປປ ລາວ
- ລະບົບຄວາມປອດໄພຂອງສັງຄົມໃນ ສປປ ລາວ
- ຜົນກະທົບຂອງການທ່ອງທ່ຽວຕໍ່ຜູ້ທຸກຍາກໃນ ສປປ ລາວ
ບົດຄົ້ນຄວ້າທີ່ພວມດຳເນີນ: - ພຶດຕິກຳການອອມ ແລະ ບັນດາສິ່ງທີ່ກ່ຽວຂ້ອງກັບອັດຕາການອອມຂອງ ສປປ ລາວ
- ຜົນກະທົບຂອງການເຊື່ອມໂຍງເສດຖະກິດຕໍ່ກັບການຫລຸດຜ່ອນຄວາມທຸກຍາກໃນ ສປປ ລາວ
- ຜົນໄດ້ຮັບຂອງການຊ່ວຍເຫລືອທີ່ເປັນທາງການ ແລະ ການຫລຸດຜ່ອນຄວາມທຸກຍາກໃນ ສປປ ລາວ
ບັນດາກິດຈະກຳຕ່າງໆ ແລະ ໂຄງການທີ່ພວມດຳເນີນ: - ການຊ່ວຍເຫລືອການສ້າງຍຸດທະສາດການສົ່ງອອກແຫ່ງຊາດ (NERI, UNIDO)
- ການເສີມສ້າງຄວາມອາດສາມາດໃນການຄົ້ນຄວ້າທາງດ້ານການເງິນຈຸນລະພາກໃນ ສປປ ລາວ (NERI, Concern Worldwide)
- ສຳຫລວດຄວາມຄິດເຫັນຂອງຜູ້ຊົມໃຊ້ຕໍ່ທ່າອ່ຽງຂອງທຸລະກິດ (NERI, SPF)
- ຈັດຕັ້ງໂຄງການທົດລອງ "ຫນຶ່ງເມືອງຫນຶ່ງຜະລິດຕະພັນ" (NERI, JICA)
ການຝຶກອົບຮົມ: - "ການວິເຄາະຖານະການເງິນຂອງໂຄງການ"
- "ການຄຸ້ມຄອງລາຍຈ່າຍພາກລັດ"
- "ການວິໄຈເສດຖະກິດມະຫາພາກ ແລະ ການກຳນົດບູລິມະສິດສຳລັບຍຸດທະສາດເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດ"
- "ນະໂຍບາຍທາງດ້ານເສດຖະກິດຕໍ່ການຫລຸດຜ່ອນຄວາມທຸກຍາກ"
- "ຫລັກສູດເບື້ອງຕົ້ນສຳລັບນະໂຍບາຍການຄ້າ ແລະ ອົງການການຄ້າໂລກ"
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພາລະບົດບາດ ແລະ ຫນ້າທີ່ຮັບຜິດຊອບຂອງແຕ່ລະພະແນກຢູ່ໃນ ສຄສ, ທ່ານສາມາດຄົ້ນຫາຂໍ້ມູນໄດ້ຈາກ ແຜນພັບ ສຄສ ຫລື ຕິດຕໍ່ໄດ້ທີ່: ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສ) ຖະຫນົນໄກສອນພົມວິຫານ, ບ້ານ ສີວິໄລ ເມືອງໄຊທານີ, ນະຄອນຫລວງວຽງຈັນ, ສປປ ລາວ ໂທລະສັບ/ແຟັກ: +856 (0)21 711 181 Email: nerilaos@yahoo.com
|