|
|
ນະໂຍບາຍ ແລະ ສະພາບແວດລ້ອມທາງດ້ານລະບຽບຂໍ້ບັງຄັບ ໃນວັນທີ 22 ເດືອນມິຖຸນາ ປີ 2006, ຂໍ້ກຳນົດເລກທີ 10 ໄດ້ຖືກວາງອອກໂດຍ ທະນາຄານແຫ່ງ ສປປ ລາວ ແລະ ຮັບຮອງໂດຍລັດຖະບານແຫ່ງ ສປປ ລາວ. ເອກະສານນະໂຍບາຍການເງິນຈຸນລະພາກນີ້ແມ່ນເປັນບາດກ້າວທຳອິດທີ່ສຳຄັນຂອງການຈັດຕັ້ງໂຄງຮ່າງຂໍ້ກຳນົດກົດລະບຽບດ້ານການເງິນຈຸນລະພາກໃນ ສປປ ລາວ. ຂໍ້ກຳນົດດັ່ງກ່າວນີ້ຈະຖືກນຳໃຊ້ຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນ ໂດຍພະແນກການເງິນຈຸນລະພາກໃນກົມຄຸ້ມຄອງທະນາຄານທຸລະກິດ ແລະ ການເງິນ, ທະນາຄານແຫ່ງ ສປປ ລາວ. ພະແນກການເງິນຈຸນລະພາກປະຈຸບັນກຳລັງປະຕິບັດ 3 ວຽກງານຄື: ຮັບປະກັນໃຫ້ຜູ້ທີ່ໃຫ້ການບໍລິການດ້ານການເງິນຈຸນລະພາກມີຄວາມເຂົ້າໃຈຕໍ່ຂໍ້ກຳນົດ້ານການເງິນຈຸນລະພາກທີ່ໄດ້ວາງອອກ ໂດຍສະເພາະແມ່ນການຂຶ້ນທະບຽນເປັນສະຖາບັນການເງິນຈຸນລະພາກ ແລະ ພ້ອມທັງຮັບປະກັນໃຫ້ຜູ້ທີ່ໃຫ້ການບໍລິການສາມາດປະຕິບັດຕາມຂໍ້ກຳນົດກົດລະບຽບ; ໃຫ້ການຊ່ວຍເຫລືອແກ່ສະຖາບັນຕ່າງໆ ທີ່ກຳລັງປະຕິບັດຂໍ້ກຳນົດໃຫ້ມີຄວາມເຂົ້າໃຈຕໍ່ຂໍ້ກຳນົດດັ່ງກ່າວ ແລະ ພັນທະຕ່າງໆທີ່ຈະຕ້ອງໄດ້ປະຕິບັດ. ປະເມີນກວດກາເປັນປະຈຳ, ຮັບຄຳຄິດເຫັນຕໍ່ຂໍ້ກຳນົດຈາກຜູ້ຈັດຕັ້ງປະຕິບັດຕົວຈິງ, ແລະ ພັດທະນາໂຄງຮ່າງຂໍ້ກຳນົດອີງຕາມຄຳຄິດເຫັນດັ່ງກ່າວ.
ທ່ານສາມາດດາວໂລດເອກະສານຂໍ້ກຳນົດເລກທີ 10 ໄດ້ທັງໃນຮູບແບບພາສາອັງກິດ ແລະ ລາວ, ແລະ ທ່ານຍັງສາມາດປະກອບຄຳຄິດເຫັນແກ່ລັດທະບານ ເພື່ອເຮັດໃຫ້ການບໍລິການດ້ານການເງິນຈຸນລະພາກໃນອານາຄົດໃຫ້ມີຄວາມຍືນຍົງ. ໂຄງຮ່າງຂໍ້ກຳນົດມີດັ່ງລຸ່ມນີ້: ນິຍາມການເງິນຈຸນລະພາກໃນ ສປປ ລາວ; ລະບຽບການຂຶ້ນທະບຽນສຳລັບຜູ້ໃຫ້ການບໍລິການດ້ານການເງິນຈຸນລະພາກທີ່ຮັບເງິນຝາກ (ຜູ້ທີ່ໃຫ້ການບໍລິການດ້ານການຮັບຝາກທົ່ວໄປ ເພື່ອຈຸດປະສົງໃນການປ່ອຍກູ້). ລະບຽບການຂຶ້ນທະບຽນສຳລັບຜູ້ໃຫ້ບໍລິການດ້ານການເງິນຈຸນລະພາກທີ່ບໍ່ຮັບເງິນຝາກ (ຜູ້ທີ່ໃຫ້ບໍລິການ ຊຶ່ງບໍ່ລວມການຮັບຝາກແບບສະມັກໄຈ ເວັ້ນແຕ່ຈະໄດ້ຮັບອານຸຍາດຈາກທະນາຄານແຫ່ງ ສປປ ລາວ); ລະບຽບບັງຄັບຕ່າງໆໃນການດຳເນີນທຸລະກິດ, ລວມທັງການໃຫ້ການບໍລິການ, ການຂຽນບົດລາຍງານ ແລະ ຄວາມໂປງໃສທາງດ້ານການເງິນ.
ຂໍ້ກຳນົດນີ້ຈະເປັນແນວທາງໃຫ້ແກ່ການດຳເນີນກິດຈະກຳດ້ານການເງິນຈຸນລະພາກທັງຫມົດໃນ ສປປ ລາວ ແລະ ເປັນກອບໃນການດຳເນີນກິດຈະກຳດ້ານການເງິນຈຸນລະພາກ ໃຫ້ແກ່ຜູ້ທີ່ໃຫ້ການບໍລິການ.
|