|
|
ສະຫຼຸບໂດຍຫຍໍ້ກ່ຽວຂະແຫນງການເງິນຈຸນລະພາກໃນ ສປປ ລາວ ປະຈຸບັນ, ຂະແຫນງການເງິນຈຸນລະພາກໃນ ສປປ ລາວ ແມ່ນກຳລັງມີການຂະຫຍາຍຕົວຢ່າງໄວວາ ແລະ ກຳລັງຢູ່ໃນໄລຍະການປ່ຽນແປງ. ດັ່ງນັ້ນ, ທັງພາກລັດຖະບານ ແລະ ພາກສ່ວນທີ່ບໍ່ຂຶ້ນກັບລັດຖະບານໄດ້ໃຫ້ການສົ່ງເສີມຂະແຫນງການເງິນຈຸນລະພາກໃຫ້ກາຍເປັນເຄື່ອງມືແຜນຍຸດທະສາດໃນການຫລຸດຜ່ອນຄວາມທຸກຍາກ. ລັດຖະບານ ສປປ ລາວ ໄດ້ຖືເອົາການພັດທະນາຂະແຫນງການເງິນຈຸນລະພາກແບບຍືນຍົງບັນຈຸເຂົ້າໃນແຜນຍຸດທະສາດການເຕີບໂຕ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດ ແລະ ຍັງໄດ້ອອກຂໍ້ກຳນົດກ່ຽວກັບການເງິນຈຸນລະພາກ (ຂໍ້ກຳນົດເລກທີ 10 ໃນເດືອນມິຖຸນາ 2006) ເພື່ອຮັບປະກັນການສ້າງຕັ້ງ ແລະ ການດຳເນີນວຽກງານຂອງສະຖາບັນການເງິນຈຸນລະພາກ, ແລະ ເພື່ອຊ່ວຍໃຫ້ຜູ້ຈັດຕັ້ງປະຕິບັດຕົວຈິງໄດ້ປະຕິບັດຕາມຂໍ້ກຳນົດການເງິນຈຸນລະພາກທີ່ວາງອອກ. ສິ່ງທີ່ທ້າທ້າຍທີ່ກຳລັງປະເຊີນໃນຂະແຫນງການເງິນຈຸນລະພາກຢູ່ ສປປ ລາວ ມີຄື: ໂຄງຮ່າງພື້ນຖານ ແລະ ການເຂົ້າເຖິງກິດຈະກຳທີ່ສ້າງລາຍຮັບ ຍັງໄດ້ຮັບການພັດທະນາບໍ່ທົ່ວເຖິງ. ການໃຫ້ການບໍລິການຍັງບໍ່ສາມາດເຂົ້າເຖິງຊຸມຊົນຫ່າງໄກຊອກຫລີກ ຊຶ່ງຊຸມຊົນເຫລົ່ານີ້ແມ່ນມີຄວາມຕ້ອງການການບໍລິການດ້ານການເງິນຈຸນລະພາກ. ສະນັ້ນ, ຈິ່ງມີຄວາມຮຽກຮ້ອງຕ້ອງການໃນການປັບປຸງຮູບແບບການໃຫ້ການບໍລິການ ເພື່ອໃຫ້ສາມາດເຂົ້າເຖິງຊຸມຊົນທີ່ຢູ່ເຂດຫ່າງໄກຊອກຫລີກ, ມີລັກສະນະກະແຈກກະຈ່າຍ ແລະ ມີຂໍ້ຈຳກັດໃນການເຂົ້າເຖິງຕະຫລາດ ຫລື ຕະຫລາດທີ່ບໍ່ນຳໃຊ້ເງິນຕາໃນການຊື້ຂາຍສີນຄ້າ ໃຫ້ມີປະສິດທິພາບ ແລະ ມີຄວາມຍືນຍົງ. ຂາດປະສິດທິພາບດ້ານການເງິນ ແລະ ການບັນຊີ ຂອງຜູ້ຈັດຕັ້ງປະຕິບັດຕົວຈິງໃນຂັ້ນຮາກຖານ. ວິທີວິທະຍາໃນການບັນທຶກ, ການກູ້, ການອອມ ແລະ ວາງແຜນຍຸດທະສາດການບໍລິຫານຍັງບໍ່ໄດ້ຮັບການປະຕິບັດຢ່າງຖືກຕ້ອງ ເນື່ອງຈາກການຂາດຄວາມຮູ້ ແລະ ຄວາມຊຳນິຊຳນານຂັ້ນພະນັກງານຂອງຜູ້ຈັດຕັ້ງປະຕິບັດຕົວຈິງ ຊຶ່ງເປັນສາເຫດຂອງການຫລົ້ມເຫລວຢູ່ໃນຫລາຍໂຄງການ ແລະ ຫລາຍສະຖາບັນການເງິນຈຸນລະພາກ. ຫລາຍພາກສ່ວນທີ່ເຂົ້າຮ່ວມໃນການໃຫ້ການບໍລິການທາງດ້ານການເງິນຈຸນລະພາກເຊັ່ນ: ບັນດາກະຊວງຕ່າງໆ, ບັນດາອົງການຈັດຕັ້ງມະຫາຊົນ, ຜູ້ໃຫ້ການຊ່ວຍເຫລືອຕ່າງໆ ແລະ ອົງການຈັດຕັ້ງສາກົນ ທີ່ມີປະສົບການຫນ້ອຍໃນຂະແຫນງການເງິນຈຸນລະພາກ ເຮັດໃຫ້ການບໍລິການບໍ່ມີປະສິດທິພາບເທົ່າທີ່ຄວນ. ນອກຈາກນັ້ນ, ຄວາມຫຍຸ້ງຍາກດ້ານລັກສະນະພູມສັນຖານ ແລະ ການເຂົ້າເຖິງການບໍລິການດ້ານການເງິນຈຸນລະພາກ ເປັນສາເຫດໃຫ້ການປະສານງານຂອງແຕ່ລະພາກສ່ວນມີຄວາມຫຍຸ້ງຍາກ. ການບໍລິການທີ່ຂາດຄວາມຍືນຍົງ. ຜູ້ຈັດຕັ້ງປະຕິບັດຕົວຈິງຈຳນວນຫນຶ່ງໄດ້ຮັບການອຸດຫນູນ ເຮັດໃຫ້ເຂົາເຈົ້າສາມາດດຳເນີນການໃຫ້ການບໍລິການດ້ານການເງິນຈຸນລະພາກຕໍ່ໄດ້ ແຕ່ປັດສະຈາກຄວາມຍືນຍົງ. ໃນຄະນະທີ່ການອຸດຫນູນດັ່ງກ່າວເຮັດໃຫ້ການບໍລິການດ້ານການເງິນຈຸນລະພາກໄດ້ຮັບການປັບປຸງ ແຕ່ມັນກໍ່ສ້າງສິ່ງທ້າທາຍໃຫ້ແກ່ຜູ້ທີ່ໃຫ້ການອຸດຫນູນ ໃນການຮັບປະກັນການການໃຫ້ບໍລິການດ້ານການເງິນຈຸນລະພາກໃຫ້ມີຄວາມຍືນຍົງໃນສະພາບແວດລ້ອມການແຂ່ງຂັນທີ່ບໍ່ແນ່ນອນ ຊຶ່ງອາດຈະສົ່ງພົນກະທົບແກ່ການໃຫ້ການບໍລິການດ້ານການເງິນຈຸນລະພາກທັງໃນໄລຍະກາງ ແລະ ໄລຍະຍາວ. ໃນມູມມອງທີ່ວ່າ ການເງິນຈຸນລະພາກເປັນເຄື່ອງມືໃນການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນທຸກແຜນພັດທະນາ. ການນຳໃຊ້ການເງິນຈຸນລະພາກທີ່ບໍ່ເຫມາະສົມ ເຊັ່ນ: ຢູ່ໃນຫລາຍໆບ້ານທີ່ບໍ່ສາມາດເຂົ້າເຖິງຕະຫລາດ ຫລື ບໍ່ໄດ້ນຳໃຊ້ຮູບແບບເງິນຕາເຂົ້າໃນການດຳລົງຊີວິດ ຫລື ບໍ່ມີການປ່ອຍກູ້ໃຫ້ແກ່ລາຍບຸກຄົນ ແລະ ເປັນກຸ່ມ ຈະເຮັດໃຫ້ບ້ານເຫລົ່ານີ້ບໍ່ສາມາດຫລຸດພົ້ນຈາກຄວາມທຸກຍາກໄດ້ ແລະ ຍັງເປັນສາເຫດທີ່ເຮັດໃຫ້ປະຊາຊົນມີຫນີ້ສີນຫລາຍຂຶ້ນ ຊຶ່ງນຳພາໄປສູ່ການເຂົ້າໃຈໃນທາງທີ່ຜິດຫລາຍຂຶ້ນ ເຖິງການນຳໃຊ້ການເງິນຈຸນລະພາກໃຫ້ເປັນເຄື່ອງມືໃນການຫລຸດຜ່ອນຄວາມທຸກຍາກ. ການຮັບປະກັນທຶນຊ່ວຍເຫລືອໃນຂະແຫນງການເງິນຈຸນລະພາກໃຫ້ມີຄວາມຍືນຍົງຍັງເປັນສິ່ງທີ່ທ້າທາຍ. ຮັບປະກັນຜົນປະໂຫຍດທີ່ຜູ້ທີ່ທຸກຍາກຈະໄດ້ຮັບຈາກການບໍລິການດ້ານການເງິນຈຸນລະພາກໃຫ້ທົ່ວເຖິງ ແລະ ຫລາຍຂຶ້ນ. ປະຈຸບັນ, ຍັງຂາດຄວາມສາມາດໃນການສະຫນອງຕາມຄວາມຕ້ອງການໃຫ້ທົ່ວເຖິງ ເນື່ອງຈາກວຽກງານ ແລະ ການປະຕິບັດວຽກງານທີ່ບໍ່ມີປະສິດທິພາບ. ສະນັ້ນ, ແຜນການປະຕິບັດວຽກງານໃນຕໍ່ຫນ້າຕອ້ງມີຫລາຍທາງເລືອກທີ່ເຫມາະສົມທີ່ຈະເຮັດໃຫ້ການສະຫນອງການບໍລິການດ້ານການເງິນຈຸນລະພາກແກ່ຜູ້ທີ່ທຸກຍາກໃຫ້ມີຄວາມຄວາມຍືນຍົງ, ມີປະສິດທິພາບທັງໃນໄລຍະສັ້ນ ແລະ ຍາວ.
ຂະແຫນງການເງິນຈຸນລະພາກໃນ ສປປ ລາວ ປະຈຸບັນແມ່ນກຳລັງຢູ່ໃນໄລຍະການເຊື່ອມຕໍ່: ຂໍ້ກຳນົດຈຳນວນຫນຶ່ງໄດ້ຖຶກສ້າງຂຶ້ນ ເພື່ອຮັບປະກັນ ແລະ ຊີ້ນຳໃຫ້ແກ່ຜູ້ທີ່ໃຫ້ບໍລິການດ້ານການເງິນຕ່າງໆ ທີ່ຕ້ອງການຈະຂຶ້ນທະບຽນເປັນສະຖາບັນການເງິນຈຸນລະພາກ, ຊຶ່ງລະດັບການລົງທຶນໃນຂະແຫນງການດັ່ງກ່າວເຫັນວ່າກຳລັງມີການຂະຫຍາຍຕົວທັງໃນດ້ານທຶນ ແລະ ຄວາມອາດສາມາດໃນການດຳເນີນງານ. ນອກຈາກນັ້ນ, ຄວາມຕ້ອງການຕໍ່ການບໍລິການດ້ານການເງິນຈຸນລະພາກໃນຫລາຍຊຸມຊົນກໍ່ມີການເພີ່ມຂຶ້ນເລື້ອຍໆ. ສະນັ້ນ, ຫວັງວ່າສິ່ງດັ່ງກ່າວນີ້ຈະເຮັດໃຫ້ຂະແຫນງການເງິນຈຸນລະພາກສຳລັບຜູ້ທີ່ທຸກຍາກໃນ ສປປ ລາວ ມີການພັດທະນາ, ມີປະສິດທິພາບ ແລະ ມີຄວາມຍືນຍົງ.
| ແຜນທີ່ ສປປ ລາວ |
| Move mouse over map to highlight provinces. Click on highlighted province to view summary. |
|
|
|
|